ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ເຊັນສັນຍາເປັນຄູ່ຮ່ວມຍຸດທະສາດ ວ່າດ້ວຍການຜັນຂະຫຍາຍ ແລະ ນໍາໃຊ້ລະບົບພາສີທັນສະໄໝລວມສູນ (Smart Customs) ເຂົ້າໃນການບໍລິການ-ຄຸ້ມຄອງວຽກງານພາສີຢູ່ດ່ານພາສີສາກົນສິນຄ້າ ທ່າບົກທ່ານາແລ້ງ ເພື່ອຍົກລະດັບການຄຸ້ມຄອງໃຫ້ຮັດກຸມ ໂປ່ງໃສ ວ່ອງໄວ ທັນເວລາ
ພິທີເຊັນສັນຍາດັ່ງກ່າວໄດ້ມີຂຶ້ນໃນວັນທີ 24 ກໍລະກົດ 2025 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຕາງຫນ້າ ບໍລິສັດ ທ່າບົກທ່ານາແລ້ງ ລົງນາມໂດຍ ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ແລະ ຕາງຫນ້າ ບໍລິສັດ ໄອຄິວຣີ້ເທັກ ລົງນາມໂດຍ ທ່ານ ສີສຸລິນ ໂຊກໄຊ ປະທານ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ; ເຊິ່ງແຂກກິຕິມະສັກເຂົ້າຮ່ວມເປັນສັກຂີພະຍານໃນພີທີ ໂດຍ ທ່ານ ຫົວຫນ້າຫ້ອງການກະຊວງການເງິນ ທ່ານ ສົມຈິດ ຄຳມຸງຄຸນ, ຕາງໜ້າຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ຄະນະຄຸ້ມຄອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ, ຂະແໜງພາສີດ່ານຂົວມິດຕະພາບ 1 ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.
ຂອບເຂດໜ້າວຽກຂອງການເປັນຄູ່ຮ່ວມຍຸດທະສາດ ປະກອບມີ:
- ຮ່ວມມືໃນການນໍາເອົາ ລະບົບພາສີທັນສະໄໝລວມສູນ (Smart Customs) “ໄປຕິດຕັ້ງຢູ່ກັບຂົງເຂດການບໍລິການຂອງ ທ່າບົກທ່ານາແລ້ງທຸກພາກສ່ວນ ແລະ ເຊື່ອມຕໍ່ເຂົ້າຫາລະບົບການດຳເນີນພິທີທາງພາສີ ຢູ່ພາຍໃນດ່ານສິນຄ້າສາກົນທ່າບົກທ່ານາແລ້ງ
- ສະໜອງຂໍ້ມູນ ເຂົ້າໃນການນຳໃຊ້, ປັບປຸງລະບົບ ແລະ ຮ່ວມກັນປະເມີນຜົນການນຳໃຊ້ ລະບົບພາສີທັນສະໄໝ ລວມສູນ (Smart Customs)
- ຈະເຊື່ອມຕໍ່ບັນດາລະບົບການບໍລິຫານຈັດການ–ຄຸ້ມຄອງທ່າບົກທີ່ມີຢູ່ໃນປັດຈຸບັນ ເຂົ້າກັບ ລະບົບພາສີທັນສະໄໝ ລວມສູນ (Smart Customs) ເພື່ອຍົກລະດັບການບໍລິຫານ-ຈັດການພາຍໃນດ່ານໃຫ້ມີປະສິດທິພາບ ແລະ ຄວາມວ່ອງໄວຍີ່ງຂື້ນ
- ສະໜອງສິ່ງອໍານວຍຄວາມສະດວກດ້ານໂຄງລ່າງພື້ນຖານ ແລະ ວັດຖຸອຸປະກອນ ເພື່ອອຳນວຍຄວາມສະດວກໃຫ້ສາມາດນໍາໃຊ້ ລະບົບພາສີທັນສະໄໝ ລວມສູນ (Smart Customs) ໄດ້ຢ່າງມີປະສິດທິພາບ
ການເຊັນສັນຍາດັ່ງກ່າວ ເປັນການຕໍ່ຍອດທີ່ ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໄດ້ມີການລົງນາມສັນຍາ ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໃນວັນທີ 11 ເມສາ 2025 ຜ່ານມາ ເຊິ່ງລະບົບພາສີທັນສະໄໝລວມສູນ (Smart Customs) ດັ່ງກ່າວ ເປັນລະບົບລວມສູນການຄຸ້ມຄອງຂໍ້ມູນພາສີແບບເອເລັກໂຕຣນິກ ແລະ ເປັນລະບົບຕົວກາງເພື່ອເຊື່ອມຕໍ່ກັບບັນດາລະບົບທັງໝົດທີ່ຕິດພັນກັບວຽກງານພາສີ, ເຊື່ອມຕໍ່ຫາລະບົບ ຊຳລະສະສາງ ຂອງ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຮອງຮັບຂັ້ນຕອນທັງໝົດຂອງວຽກງານພາສີ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ທັນສະພາບການ ກ້າວສູ່ການຫັນເປັນດິຈິຕ້ອນ ແລະ ເຊື່ອມໂຍງກັບ ພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ; ຮັບປະກັນຄວາມຖືກຕ້ອງ, ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ແລະ ອຳນວຍຄວາມສະດວກໃຫ້ຜູ້ປະກອບການ ແລະ ເຈົ້າໜ້າທີ່ພາສີ ໃນການຄຸ້ມຄອງການເກັບລາຍຮັບພາສີໃຫ້ລວມສູນ ມີປະສິດທິພາບ ຖືກຕ້ອງ-ຊັດ ເຈນ, ໂປ່ງໃສ, ສະຫຼຸບລາຍງານທັນສະພາບການ ແລະ ກວດສອບໄດ້ ພ້ອມທັງສາ ມາດເຊື່ອມຈອດກັບລະບົບອື່ນໆຂອງກະຊວງການເງິນໄດ້.


