Category: Activity

ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ

ວັນທີ 1 ມິຖຸນາ 2026 ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ຈັດພິທີປູກຕົ້ນໄມ້ ເພຶ່ອສ້າງຂະບວນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ( ວັນທີ 1 ມິຖຸນາ 1980 – 1 ມິຖຸນາ 2026) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ການເງິນ ມີບັນດາຮອງລັດຖະມົນຕີ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ
Read More

ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980 – 1 ມິຖຸນາ 2024) ສະມາຊິກກຳມະບານຮາກຖານເຂດໂລຊິສຕິກ ບໍລິສັດທ່າບົກທ່ານາແລ້ງຈຳກັດ ບໍລິສັດສິດທິ ໂລຈິສຕິກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ຈຳນວນ 100 ຕົ້ນເປັນການສ້າງຂະບວນການຄຶກຄື້ນໃນວັນປູກຕົ້ນໄມ້ ພ້ອມທັງເປັນການຈັດຕັ້ງປະຕິບັດແຜນພັດທະນາສິ່ງແວດລ້ອມ ແລະ ສັງຄົມ ຂອງດ່ານສິນຄ້າສາກົນທ່າບົກທ່ານາແລ້ງ
Read More

ກຳມະບານເຂດໂລຊິດສະຕິກ ຈັດກິດຈະກຳບໍລິຈາກເລືອດ

ວັນທີ 28 ພຶດສະພາ 2024 ກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຂອງສະມາ ຊິກກໍາມະບານຮາກຖານເຂດໂລຊິດສະຕິກນະຄອນຫຼວງ ວຽງຈັນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາຄົນ ວັນ ທີ 1 ພຶດສະພາ 2024 ຄົບຮອບ 138 ປີ ຈັດຂຶ້ນວັນທີ 23 ພຶດສະພາ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ທ່ານ ພັນໂທ ອຸດສາ ລາສະທອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ທ່ານ ສາຄອນ ພິລາງາມ ຜູ້ອຳ ນວຍການໃຫຍ່ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ບັນດາຜູ້ບໍລິຫານບໍລິສັດ ສະມາຊິກກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດເຂົ້າຮ່ວມ. ໃນພິທີທ່ານ ໄກທອງ ສີນວນ ປະທານກໍາມະບານຮາກຖານເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ຄະນະກໍາມະບານຮາກຖານເຂດໂລຊິດສະຕິກນະຄອນ ຫຼວງວຽງຈັນໄດ້ຮັບການສ້າງຕັ້ງຂຶ້ນວັນທີ 14 ກໍລະກົດ […]
Read More